ຂໍ້ມູນທີ່ແປ
ຖ້າຫາກທ່ານມີຄໍາຖາມທົ່ວໄປກ່ຽວກັບຂັ້ນຕອນໃນການອອກໃບອະນຸຍາດ ແລະ ການກວດສອບຂອງ SDCI ຫຼື ຂໍ້ກຳນົດຂອງເທດສະບັນຍັດ ກະລຸນາໂທຫາພວກເຮົາທີ່ເບີ (206) 684-8600 ແລະກົດ 0. ກະລຸນາກຽມພ້ອມໃນການຮ້ອງຂໍພາສາທີ່ທ່ານຖະນັດກັບເຈົ້າໜ້າທີ່ທີ່ເວົ້າພາສາອັງກິດຂອງພວກເຮົາ. ເຈົ້າໜ້າທີ່ຂອງພວກເຮົາຈະໃຊ້ບໍລິການແປພາສາໃນການຕອບຄຳຖາມຂອງທ່ານ. (ຢ່າວາງສາຍໃນຂະນະທີ່ເຈົ້າໜ້າທີ່ກໍາລັງຕໍ່ສາຍຫານາຍພາສາ.) ຖ້າທ່ານມີຄໍາຖາມສະເພາະກ່ຽວກັບໃບອະນຸຍາດ, ໂຄງການ ຫຼື ການກວດສອບ ເຈົ້າໜ້າທີ່ຂອງພວກເຮົາຈະເກັບກໍາຂໍ້ມູນການຕິດຕໍ່ຂອງທ່ານ ແລະ ໃຫ້ຜູ້ຊ່ຽວຊານທີ່ກ່ຽວຂ້ອງໂທກັບຫາທ່ານໂດຍໃຊ້ບໍລິການແປພາສາເປັນພາສາທີ່ທ່ານຖະນັດ.
ເພື່ອຍື່ນຄໍາຮ້ອງຟ້ອງ ຫຼື ມີຄຳຖາມກ່ຽວກັບການລະເມີດການເຊົ່າທີ່ພັກອາໄສໃນເມືອງ Seattle, ການປູກສ້າງ, ການນໍາໃຊ້ທີ່ດິນ ແລະ ກົດລະບຽບກ່ຽວກັບການໃຊ້ສຽງ ກະລຸນາຕິດຕໍ່ຫາພະແນກການປູກສ້າງ ແລະ ກວດກາສິ່ງປູກສ້າງເມືອງ Seattle ທີ່ເບີ (206) 615-0808.
ສໍາລັບຂໍ້ມູນກ່ຽວກັບເຈົ້າຂອງເຮືອນ, ຜູ້ເຊົ່າ ແລະ ກົດລະບຽບການເຊົ່າທີ່ຢູ່ອາໄສ ກະລຸນາເຂົ້າເບິ່ງເວັບໄຊກ່ຽວກັບການເຊົ່າໃນເມືອງ Seattle. (www.seattle.gov/rentinginseattle) ຖ້າຫາກທ່ານມີຄຳຖາມກ່ຽວກັບເຈົ້າຂອງເຮືອນໃນເມືອງ Seattle, ຜູ້ເຊົ່າ ຫຼື ກົດລະບຽບການເຊົ່າທີ່ພັກອາໄສ ກະລຸນາໂທຫາສາຍດ່ວນໃຫ້ຄວາມຊ່ວຍເຫຼືອກ່ຽວກັບການເຊົ່າໃນເມືອງ Seattle ໄດ້ທີ່ເບີ (206) 684-5700.
ພວກເຮົາມີຂໍ້ມູນຕໍ່ໄປນີ້ເປັນພາສາຂອງທ່ານ.