ຂໍ້ມູນທີ່ແປ
ເພື່ອຍື່ນຄໍາຮ້ອງຟ້ອງ ຫຼື ມີຄຳຖາມກ່ຽວກັບການລະເມີດການເຊົ່າທີ່ພັກອາໄສໃນເມືອງ Seattle, ການປູກສ້າງ, ການນໍາໃຊ້ທີ່ດິນ ແລະ ກົດລະບຽບກ່ຽວກັບການໃຊ້ສຽງ ກະລຸນາຕິດຕໍ່ຫາພະແນກການປູກສ້າງ ແລະ ກວດກາສິ່ງປູກສ້າງເມືອງ Seattle ທີ່ເບີ (206) 615-0808.
ສໍາລັບຂໍ້ມູນກ່ຽວກັບເຈົ້າຂອງເຮືອນ, ຜູ້ເຊົ່າ ແລະ ກົດລະບຽບການເຊົ່າທີ່ຢູ່ອາໄສ ກະລຸນາເຂົ້າເບິ່ງເວັບໄຊກ່ຽວກັບການເຊົ່າໃນເມືອງ Seattle. (www.seattle.gov/rentinginseattle) ຖ້າຫາກທ່ານມີຄຳຖາມກ່ຽວກັບເຈົ້າຂອງເຮືອນໃນເມືອງ Seattle, ຜູ້ເຊົ່າ ຫຼື ກົດລະບຽບການເຊົ່າທີ່ພັກອາໄສ ກະລຸນາໂທຫາສາຍດ່ວນໃຫ້ຄວາມຊ່ວຍເຫຼືອກ່ຽວກັບການເຊົ່າໃນເມືອງ Seattle ໄດ້ທີ່ເບີ (206) 684-5700.
ພວກເຮົາມີຂໍ້ມູນຕໍ່ໄປນີ້ເປັນພາສາຂອງທ່ານ.