Lao / ລາວ

ອອກມາໃຊ້ສິດເລືອກຕັ້ງເພື່ອໃຫ້ຄະແນນສຽງຂອງທ່ານມີຄວາມສຳຄັນໃນການເລືອກຕັ້ງໃນເມືອງ Seattle

ໂຄງການບັດກຳນັນສະໜັບສະໜູນປະຊາທິປະໄຕ (The Democracy Voucher Program) ສະໜັບສະໜູນໃຫ້ຊາວເມືອງ Seattle ມີສ່ວນຮ່ວມການເລືອກຕັ້ງໃນທ້ອງຖິ່ນ ແລະ ຫຼຸດຜ່ອນອຸປະສັກໃນການລົງສະໝັກຊິງຕຳແໜ່ງໂດຍການຈັດຫາແຫຼ່ງເງິນທຶນໃຫ້.

ບັດກຳນັນສະໜັບສະໜູນປະຊາທິປະໄຕແມ່ນຫຍັງ?
ເມືອງ Seattle ມອບບັດກຳນັນສະໜັບສະໜູນປະຊາທິປະໄຕໃຫ້ແກ່ຊາວເມືອງ. ບັດກຳນັນສະໜັບສະໜູນປະຊາທິປະໄຕແມ່ນໃບຢັ້ງຢືນແລກເງິນທີ່ມີມູນຄ່າໃບລະ 25 ໂດລາທີ່ຊາວເມືອງ Seattle ໃຊ້ເພື່ອບໍລິຈາກໃຫ້ແກ່ແຄມເປນຫາສຽງເລືອກຕັ້ງໃນທ້ອງຖິ່ນ.

ຜູ້ສະໝັກຮັບເລືອກຕັ້ງຄົນໃດທີ່ມີສິດທີ່ຈະໄດ້ຮັບບັດກຳນັນສະໜັບສະໜູນປະຊາທິປະໄຕ?
ໂຄງການດັ່ງກ່າວນີ້ແມ່ນທາງເລືອກຂອງຜູ້ລົງສະໝັກຮັບເລືອກຕັ້ງ. ຜູ້ສະໝັກຮັບເລືອກຕັ້ງທີ່ເຂົ້າຮ່ວມໂຄງການສາມາດຮັບເອົາບັດກຳນັນຂອງທ່ານໄດ້. ສາມາດໃຊ້ບັດກຳນັນສະໜັບສະໜູນປະຊາທິປະໄຕເພື່ອບໍລິຈາກໃຫ້ຜູ້ສະໝັກຮັບເລືອກຕັ້ງທີ່ເຂົ້າຮ່ວມລົງສະໝັກຊິງຕຳແໜ່ງໃນສະພາເທດສະບານເມືອງ, ໄອຍະການເມືອງ ຫຼື ຕຳແໜ່ງນາຍົກເທດສະມົນຕີເມຶອງ Seattle.

ການເລືອກຕັ້ງຄັ້ງຕໍ່ໄປໃນເມືອງ Seattle ຈະມີຂຶ້ນເມື່ອໃດ?
ການເລືອກຕັ້ງຄັ້ງຕໍ່ໄປໃນເມືອງ Seattle ຈະມີຂຶ້ນໃນປີ 2024. ສາມາດໃຊ້ບັດກຳນັນສະໜັບສະໜູນປະຊາທິປະໄຕໄດ້ຕັ້ງແຕ່ວັນທີ 12 ມີນາ 2024 ຫາວັນທີ 29 ພະຈິກ 2024.

ທ່ານສາມາດໄດ້ຂໍຮັບບັດກຳນັນສະໜັບສະໜູນປະຊາທິປະໄຕໄດ້ຖ້າທ່ານ:

  • ເປັນຊາວເມືອງ Seattle
  • ມີອາຍຸ 18 ປີຂຶ້ນໄປ ແລະ
  • ເປັນພົນລະເມືອງສະຫະລັດ ອາເມລິກາ, ເປັນຄົນສັນຊາດສະຫະລັດ ຫຼື ເປັນຜູ້ຢູ່ອາໄສຖາວອນຕາມກົດໝາຍ.

ທ່ານບໍ່ຈຳເປັນຕ້ອງເປັນຜູ້ລົງທະບຽນເປັນຜູ້ມີສິດເລືອກຕັ້ງເພື່ອຂໍຮັບບັດກຳນັນສະໜັບສະໜູນປະຊາທິປະໄຕ. ຖ້າທ່ານມີຄຸນສົມບັດຄົບຕາມເກນທີ່ລະບຸໄວ້ຂ້າງເທິງ ທ່ານສາມາດສະຫມັກເພື່ອຂໍຮັບບັດກຳນັນໄດ້.

ຂ້າພະເຈົ້າຈະຮຽນຮູ້ກ່ຽວກັບຜູ້ສະໝັກຮັບເລືອກຕັ້ງໄດ້ແນວໃດ?
ເຂົ້າເບິ່ງ ໜ້າການແນະນຳຕົວຜູ້ສະໝັກຮັບເລືອກຕັ້ງ ເພື່ອຮຽນຮູ້ກ່ຽວກັບຜູ້ສະໝັກຮັບເລືອກຕັ້ງທີ່ລົງສະໝັກຊິງຕຳແໜ່ງ.  

ຄົ້ນຫາຜູ້ສະໝັກຮັບເລືອກຕັ້ງທີ່ເຂົ້າຮ່ວມໃນໜ້າຂອງຜູ້ສະໝັກຮັບເລືອກຕັ້ງ.  

ມີຄຳຖາມບໍ?  ກະລຸນາໂທເບີ (206) 727-8855 (ມີບໍລິການໃຫ້ຄວາມຊ່ວຍເຫຼືອດ້ານພາສາ).

ທ່ານສາມາດດາວໂຫຼດ ຫຼື ພິມເອກະສານເຫຼົ່ານີ້ເພື່ອໃຊ້ໃນຊຸມຊົນຂອງທ່ານໄດ້. 

ໃບສະໝັກຂໍຮັບບັດກຳນັນສະໜັບສະໜູນປະຊາທິປະໄຕ

ແຜ່ນພັບໃຫ້ຂໍ້ມູນແກ່ຊາວເມືອງ

ໃບບິວສໍາລັບຊາວເມືອງ 

ໃບບິວຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງ

ໂປສເຕີ

ການຮ້ອງຂໍການທົດແທນ